ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ
ວຽກງານວາງແຜນ ແລະ ພັດທະນາການທ່ອງທ່ຽວ
ໂດຍອີງຕາມພາລະບົດບາດຂອງກົມພັດທະນາການທ່ອງທ່ຽວ ທີ່ວາງອອກ ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ ເປັນພະແນກໜຶ່ງທີ່ເປັນເສນາທິການຫຼັກໃຫ້ແກ່ຄະນະກົມ ໃນການຄົ້ນຄ້ວາບັນຫາສຳຄັນຕ່າງໆ ໂດຍສະເພາະແມ່ນວຽກພັດທະນາການທ່ອງທ່ຽວ ແລະ ວຽກຮ່ວມມື ຊຶ່ງປະກອບມີບັນດາໜ້າວຽກຫຼັກດັ່ງນີ້:

ແຜນວຽກຈຸດສຸມໃນປີ 2023 – 2030
ຄົ້ນຄ້ວາ ແລະ ພ້ອມຈັດຕັ້ງປະຕິບັດ
- ແຜນພັດທະນາການທ່ອງທ່ຽວລະດັບພາກ (ພາກເໜືອ, ກາງ, ໃຕ້)
- ແຜນພັດທະນາການທ່ອງທ່ຽວເມືອງເຟືອງ, ແຂວງວຽງຈັນ
- ແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງວັງວຽງ, ແຂວງວຽງຈັນ
- ແຜນຍຸດທະສາດການທ່ອງທ່ຽວຮ່ວມມື ລາວ - ໄທ
- ສຸມໃສຈັດຕັ້ງປະຕິບັດມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ
- ຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວຂອງອາຊຽນຢູ່ບັນດາແຂວງເປົ້າໝາຍໃຫ້ໄດ້ຮັບລາງວັນມາດຕະຖານອາຊຽນ
ທີມງານ ວາງແຜນ ແລະ ພັດທະນາການທ່ອງທ່ຽວ










ເອກະສານທີ່ສຳຄັນ
ພະແນກວາງແຜນ
ພິທີມອບ - ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ທີ່ເມືອງວຽງໄຊ, ແຂວງຫົວພັນ, ຄັ້ງວັນທີ 17 ກຸມພາ 2022
Read more
ມາດຕະຖານ ຂີ່ສະລິງ 2020 ລວມທຸກພາກ 19 ພຶດສະພາ 2022
ມາດຕະຖານກິດຈະກໍາການທ່ອງທ່ຽວຂີ່ສະລິງສະບັບນີ້ ສ້າງຂຶ້ນເພື່ອໃຫ້ຜູ້ປະກອບການນໍາໃຊ້ເປັນຄູ່ມືແນະນໍາການສ້າງ ແລະ ພັດທະນາກິດຈະກໍາທ່ອງທ່ຽວຂີ່ສະລິງໃນສະຖານທີ່ທ່ອງທ່ຽວຂອງເມືອງວັງວຽງ
Read more
ມາດຕະຖານຫ້ອງນຳ້ສາທາລະນະອາຊຽນ
ຈຸດປະສົງຂອງມາດຕະຖານສະບັບນີ້ ແມ່ນເພື່ອພັດທະນາມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ທີ່ສາມາດນໍາໄປປະຕິບັດໂດຍບັນດາປະເທດສະມາຊິກ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ຄວາມປອດໄພ, ແລະ ການຈັດການສີ່ງເສດເຫຼືອທີ່ເໝາະສົມ ຂອງຫ້ອງນໍ້າສາທາລະນະ ຢູ່ໃນຈຸດໝາຍປາຍທາງການທ່ອງທ່ຽວພາຍໃນພູມິພາກອາຊຽນ.
ດາວໂລດ
ມາດຕະຖານທ່ອງທ່ຽວລະດັບຊາດ
ມາດຕະຖານຈັດລະດັບສະຖານທີທ່ອງທ່ຽວຂອງ ສປປ ລາວ ສະບັບນີ້ໄດ້ກໍານົດຈຸດປະສົງ, ບ່ອນອີງ, ເຄື່ອງໝາຍ ເເລະ ເງື່ອນໄຂສະຖານທີທອ່ງທ່ຽວທຸກປະເທດ
Read more






