ພະແນກການສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ
ການສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ
ໃນປັດຈຸບັນນີ້ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນຕ່າງກໍໄດ້ພາກັນຊອກຫາມາດຕະການ ແລະ ຍຸດທະວິທີທີ່ຈະຊ່ວຍຫຼຸດຜ່ອນການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອບໍ່ໃຫ້ສະພາບແວດລ້ອມມີຄວາມຊຸດໂຊມລົງໄປກວ່າເກົ່າ, ທັງນີ້ກໍເພື່ອເຮັດໃຫ້ລະບົບນິເວດວິທະຍາມີຄວາມຍືນຍົງ ແລະ ເພື່ອຄວາມຍືນຍົງຂອງສັງຄົມມະນຸດ. ການທ່ອງທ່ຽວເປັນອຸດສາຫະກຳປະເພດໜຶ່ງ ທີ່ພົວພັນກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໂດຍກົງ ດັ່ງນັ້ນ ການລົງຈັດຕັ້ງປະຕິບັດການຈັດສັນແຫຼ່ງທ່ອງທ່ຽວໃນ ສປປ ລາວ, ແມ່ນໄດ້ມີການຈັດກອງປະຊຸມກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານ, ໄດ້ມີການລົງສຳຫຼວດກຳນົດເຂດເນື້ອທີ່ດີນແຫຼ່ງທ່ອງທ່ຽວແຕ່ລະແຫ່ງ, ສຳຫຼວດເກັບກຳຂໍ້ມູນເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມຂອງປະຊາຊົນໃນຫມູ່ບ້ານບໍລິເວນເຂດໃກ້ຄຽງ. ກ່ອນຈະໄດ້ຮັບອະນຸຍາດຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍການທ່ອງທ່ຽວມາດຕາ 12-13.
ສະຖິຕິແຫຼ່ງທ່ອງທ່ຽວ ປີ 2025

ໂຄງການກໍ່ສ້າງໂຄ່ງລ່າງພື້ນຖານ
- ສ້າງສູນຂໍ້ມູນຂ່າວສານການທ່ອງທ່ຽວຈຳນວນ 35 ແຫ່ງ
- ສ້າງຫ້ອງນຳ້ສາທາລະນະຢູ່ສະຖານທີ່ທ່ອງທ່ຽວ 16 ແຫ່ງ
- ສ້າງເສັ້ນທາງຍ່າງໃນເຂດທ່ອງທ່ຽວ ບັນດາຖຳ້ທ່ານຜູ້ນຳ ຢູ່ເມືອງວຽງໄຊ, ແຂວງຫົວພັນ, ໄລຍະ 4.2ກິໂລແມັດ
- ສ້າງເສັ້ນທາງຍ່າງໃນເຂດທ່ອງທ່ຽວ ບ້ານຊ້າງນ້ອຍ ເມືອງປາກອູ ແຂວງຫຼວງພະບາງໄລຍະທາງ 0.8 ກິໂລແມັດ
- ກໍ່ສ້າງເສັ້ນທາງຍ່າງຢູ່ສະຖານທີ່ທ່ອງທ່ຽວອ່າງນຳ້ຕຽນ ໄລຍະ 0,65 ກິໂລແມັດ
- ສ້າງເສັ້ນທາງຍ່າງຢູ່ບໍລິເວນສະຖານທີ່ທ່ອງທ່ຽວຕາດນຳ້ຍອນ
- ສ້າງສີ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມຢູ່ເມືອງຜົ້ງສາລີ, ແຂວງຜົ້ງສາລີ
- ສ້າງຂົວແຂນຢູ່ສະຖານທີ່ທ່ອງທ່ຽວທ່າຕາດສະເລີຍ, ເມືອງຊຳເໜືອ, ແຂວງຫົວພັນ ແລະ ຕາດຍອນ, ເມືອງຫ້ວຍຊາຍ. ແຂວງບໍ່ແກ້ວ.
- ປັບປຸງສະຖາທີ່ຈອດລົດ 6 ແຫຼ່ງຄື:
- ຖຳ້ປາຜາ, ບ້ານນາຂ້າງຊ້າງ, ເມືອງທ່າແຂກ, ແຂວງຄຳມ່ວນ
- ຖຳ້ຂຸນລາງ, ເມືອງກາສີ, ແຂວງວຽງຈັນ
- ຕາດນຳ້ຍອນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
- ຕາດສູງ, ເມືອງເລົ່າງາມ ແຂວງສະລາວັນ
- ຖຳ້ເກົາເຫຼົາ, ເມືອງວຽງພູຄາ, ແຂວງຫຼວງນຳ້ທາ
- ຖ້ຳປູຄຳ, ເມືອງວັງວຽງ, ແຂວງວຽງຈັນ
- ຕິດຕັ້ງປ້າຍໂຄສະນາຮູບພາບແຫລ່ງທ່ອງທ່ຽວຢູ່ດ່ານສາກົນ ແລະ ຈຸດເຊື່ອມຕໍ່ແຕ່ລະພາກ ຈຳນວນ 28 ປ້າຍ.
ທີມງານ ພະແນກສຳຫລວດ ແລະ ຈັດສັນແຫລ່ງທ່ອງທ່ຽວ






ສັງລວມສະຖິຕິແຫຼ່ງທ່ອງທ່ຽວ
ປີ 2025
ປື້ມຕ່າງໆ ສຳລັບດາວໂລດ
ການສໍາຫລວດກໍານົດເຂດພັດທະນາແຫຼ່ງທ່ອງທ່ຽວຜາສາດເຮືອນຫີນ, ແຂວງສະຫວັນນະເຂດ 2013
ຈຸດປະສົງຕົ້ນຕໍຂອງການລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ກໍານົດເຂດແຫຼ່ງທ່ອງທ່ຽວຜາສາດເຮືອນຫີນ, ລະຫວ່າງ ວັນທີ 14-17/02/2013.
ດາວໂລດ
ຄູ່ມືການຈັດສັນແຫຼ່ງທອ່ງທຽວໃນ ສປປ ລາວ
ເເຫຼ່ງທ່ອງທ່ຽວເເມ່ນສະຖານທີນັກທອງທຽ່ວໄປທ່ຽວຊົມເພືອການພັກຜ່ອນຢອນໃຈ, ເພືອການສືກສາຮຽນຮູ້, ຊື່ງເເຫຼ່ງທ່ອງທ່ຽວເຫຼົ່ານີ້ເເມ່ນມາຈາກຊັບພະຍາການກອນທ່ອງທ່ຽວທີ່ມະນຸດສ້າງຂື້ນ
ດາວໂລດ
ບົດລາຍງານຕາດກວາງຊີ 2015
ສວນອຸທິຍານນໍ້າຕົກຕາດກວາງຊີຕັ້ງຢູ່ບ້ານທ່າແປ້ນ, ຕັ້ງຢູ່ທິດໃຕ້ຂອງເມືອງຫຼວງພະບາງ. ທິດຕາເວັນອອກຕິດກັບບ້ານລ້ອງເລົາ, ທິດຕາເວັນຕົກຕິດກັບບ້ານປາກຊີ, ທິດເຫນືອຕິດກັບບ້ານອູ້, ທິດໃຕ້ຕິດກັບບ້ານຢ່າງ.
ດາວໂລດ
ປຶ້ມບັນຊີແຫຼ່ງທ່ອງທ່ຽວ 2019
ອ່ຳງເກັບນໍ້າໄຟຟ້ານໍ້າອູ 6 ຕັ້ງຢູທິດຕາເວັນອອກສ່ຽງເໜືອຂອງ ແຂວງຜົ້ງສຳລີ ຫາງຈາກເທດສະບານແຂວງປະມານ 35 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດເເຮງໜື່ງທີມິຄວາມສວຍງາມທງທິວທັດທໍາມະຊາດ.
ດາວໂລດ
ທີມງານພະແນກສຳຫຼວດ
ຂັ້ນຕອນ ແລະ ວິທີການ ຂອງໜ່ວຍງານ ສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວໃນລາວ.
ດາວໂລດ
ແຜນຈັດສັນຖຳ້ຈອມອອງ, ແຂວງອຸດົມໄຊ
ຖຳ້ຈອມອອງ ນອນຢູ່ໃນພື້ນທີ່ຂອງ ບ້ານຈອມອອງ, ເມືອງໄຊ, ແຂວງອຸດົມໄຊ ແລະ ຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊ ໄປທາງທິດຕາເວັນຕົກສຽງເໜືອປະມານ 36 ກມ, ມີເນື້ອທີ່ທັງໝົດ 3845.17 ຮຕ.
ດາວໂລດ
ແຜນຍຸດທະສາດພັດທະນາຈຸດໝາຍປາຍທາງທ່ອງທ່ຽວອະນຸລັກ ແລະ ແຜນປະຕິບັດສໍາລັບປິ 2016 - 2025
ຈັດກອງປະຊຸມເປີດກວ້າງເຜີຍແຜ່ ແຜນແມ່ບົດຍຸດທະສາດພັດທະນາຈຸດໝາຍປາຍທາງທ່ອງທ່ຽວອະນຸລັກ
ດາວໂລດ
ວຽກພາຍໃນກົມການພັດທະນາທ່ອງທ່ຽວ
ວຽກພາຍໃນກົມການພັດທະນາທ່ອງທ່ຽວ
ກົມການພັດທະນາທ່ອງທ່ຽວ
ເປັນກົມວິຊາການໜຶ່ງ ຢູ່ໃນກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (Tourism Development Department “TDD”) ມີພາລະບົດບາດເປັນເສນາທິການໃຫ້ຄະນະນຳກະຊວງໃນການຄົ້ນຄ້ວານະໂຍບາຍກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ສ້າງແຜນການພັດທະນາການທ່ອງທ່ຽວໃນທົ່ວປະເທດ. ອ່ານເພີ່ມ
ການທ່ອງທ່ຽວ
ແບບອະນຸລັກ
ພະແນກການທ່ອງທ່ຽວ ແບບອະນຸລັກ
ແມ່ນພະແນກທີ່ໄດ້ເຮັດວຽກໃກ້ສິດກັບປະຊາຊົນ ເພື່ອປັບປຸງ ແລະ ເສີມຂະຫຍາຍວຽກງານ ການທ່ອງທ່ຽວແບບອະນຸລັກແບບປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ຮັບມາດຕະຖານອາຊຽນ ເຊັ່ນ: ມາດຕະຖານເຮືອນພັກແຮມປະຊາຊົນ. ອ່ານເພີ່ມ
ການສຳຫຼວດ-ອອກແບບ
ແລະ ຈັດສັນແຫຼ່ງທ່ອງທ່ຽວ
ການສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ
ແມ່ນຈັດຕັ້ງໃນຂອບເຂດທົ່ວປະເທດ, ເພື່ອຄົ້ນຄວ້າ ແລະ ໃຫ້ຄຳແນະນຳທາງວີຊາການ, ໃຫ້ແກ່ຜູ້ລົງທືນສຳປະທານແຫຼ່ງທ່ອງທ່ຽວ ໂດຍອີງຕາມການສະເໜີພາກສ່ວນທີ່ກ່ຽວຂ້ອງ. ປະສານສົມທົບກັບບັນດາພະແນກພາຍໃນກົມ, ບັນດາກົມອ້ອມຂ້າງກະຊວງ ຖວທ ແລະ ພາກສ່ວນອື່ນໆ ຕາມຂອບເຂດຄວາມຮັບຜິດຊອບຂອງພະແນກ. ອ່ານເພີ່ມ
![]()
ງານສະຖິຕິ ແລະ ວິໄຈ
ທ່ອງທ່ຽວ
ພະແນກວິໄຈການທ່ອງທ່ຽວ ແລະ ບໍລິຫານ
ແມ່ນວຽກງານພື້ນຖຳນຂອງການພັດທະນາເສດຖະກິດ - ສັງຄົມ ໂດຍສະເພາະແລ້ວແມ່ນຕໍ່ກັບການວາງແຜນ, ການຄົ້ນຄ້ວາວິໄຈ ແລະ ການກຳນົດຍຸດທະສຳດຂອງທຸກຂະແໜງການ.ດັ່ງນັ້ນ, ການເກັບກຳຂໍ້ມູນ ທທງດ້ານສະຖິຕິທີ່ຄົບຖ້ວນ ແລະ ຊັດເຈນ ຈຶ່ງເປັນສີ່ງສຳຄັນທີ່ສຸດ. ອ່ານເພີ່ມ
![]()
ແຜນ ແລະ ການພັດທະນາ
ທ່ອງທ່ຽວ
ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ
ແມ່ນພະແນກທີ່ໜ້າທີ່ການຈັດຕັ້ງປະຕິບັດມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ, ເພຶ່ອລົງກວດກາເບິ່ງສະພາບຂອງສະຖານທີ່ທ່ອງທ່ຽວ ວ່າຍັງມີຂໍ້ຄົງຄ້າງ ແລະ ບັນຫາໃດທີ່ຄວນຈະຕ້ອງປັບປຸງໃຫ້ແທດເໝາະກັບແຜນພັດທະນາການທ່ອງທ່ຽວ ແລະ ເປັນໄປຕາມມາດຕະຖາານກາານຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ. ອ່ານເພີ່ມ
ນິຕິກຳ ທ່ອງທ່ຽວ






